Thorgan HAZARD ຜູ້ຍິງປະຕູໄຊ

ຕະກູນ HAZARD ໜຶ່ງໃນຈອມທັບນຳພາທີມຊາດ ເບວຢ້ຽມ ໂຄ່ນແຊ້ມເກົ່າ ໂປຕູເກດ ທະລຸສູ່ຮອບ 8 ທີມ ຢູໂຣ 2020
Thorgan & Eden Hazard ສອງອ້າຍນ້ອງຕະກູນ HAZARD ຊ່ວຍກັນຮ່ວມກັບເພື່ອນຮ່ວມທັບ ປີສາດແດງແຫ່ງເອີຣົບ (Belgium Red Devils) ຜ່ານແຊ້ມເກົ່າ ທີມຊາດໂປຕູເກດ ແບບວຸດຫວິດ 1-0 ນຳທີມກ້າວສູ່ຮອບ 8 ທີມສຸດທ້າຍ ຢູໂຣ 2020.
Thorgan ອາຍຸ 28 ປີ ເປັນຜູ້ຍິງປະຕູໄຊໃນນັດນີ້ ສ່ວນ Eden ເປັນອ້າຍ ໄວ 30 ປີ ສອງຄົນນີ້ ເກີດມາໃນຄອບຄົວເຕະບານ ພໍ່ ແລະ ແມ່ ເປັນອະດີດນັກເຕະບານ ກ່ອນຜັນຕົວເປັນອາຈານສອນດ້ານພະລະສຶກສາ ນອກຈາກນີ້ ຍັງມີນ້ອງຊາຍອີກສອງຄົນຄື: Kylian ແລະ Ethan ກໍຍຶດອາຊີບນັກເຕະບານເຊັ່ນກັນ.
ປະຈຸບັນ Thorgan Hazard ສັງກັດຢູ່ສະໂມສອນ ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ທີມດັງແຫ່ງສັງວຽນ ບຸນເດັສລີກ້າ ເຢຍລະມັນ, ຂະນະທີ່ Eden Hazard ຢູ່ກັບ ຣາຊາຊຸດຂາວ ຣຽວ ມາດຣິດ ທີມຍັກໃຫຍ່ແຫ່ງ ລາລີກ້າ ສະເປນ.
+ ແຟນບານ ໂປຕູເກດ ຍັງຄົງເສຍດາຍກັບໂອກາດ ແລະ ຊົງບານທີ່ທີມຄວນມີປະຕູ ຫລື ມີຜົນການແຂ່ງຂັນທີ່ດີໃນນັດນີ້, ແຕ່ວັດທະຈັກຂອງບານກໍເປັນແບບນີ້ລະ, ມັນຄືມົນສະເໜ່ ສື່ທຸກອາລົມ.
#EURO2020
#BelgiumVsPortugal
#talksportເລົ່າເລື່ອງກິລາກັບເອກະສັນ
Photo: UEFA EURO 2020