ຕາມຄວາມເຊື່ອເຖົ້າແກ່ບູຮານເພິ່ນໄດ້ກ່າວໄວ້ວ່າ ການເສຍເຄາະ ແລະ ການຮັບໂຊກ ຕ້ອງເຮັດໃຫ້ຖືກມື້ຖືກຍາມຈຶ່ງຈະເກີດຜົນແກ່ຕົວເຮົາ, ມາເບິ່ງນຳກັນວ່າ ມື້ໃດຄວນປ່ອຍສັດໃດຈຶ່ງຈະໄດ້ຮັບໂຊກ ແລະ ມື້ໃດຄວນປ່ອຍສັດໃດແລ້ວຈະໝົດເຄາະຮ້າຍ ວັນຈັນ ປ່ອຍນົກ ຈະຊ່ວຍເຮັດໃຫ່້ຊີວິດ ມີແຕ່ຄວາມຈະເລີນກ້າວໜ້າ ຮູ່ງເຮືອງ ວັນອັງຄານ ປ່ອຍຫອຍ ຈະຊ່ວຍໃຫ້ ມີຄວາມຢູ່ຊຸ່ມກິນເຢັນ ແລະ ຊຸ່ມຊື່ນ ວັນພຸດ ປ່ອຍອ່ຽນ ຈະຊ່ວຍໃຫ້ ການເງິນ ການງານ ການຮ່ຳຮຽນ ໃຫ້ມີຄວາມວ່ອງໄວ ວັນພະຫັດ ປ່ອຍເຕົ່າ ເພື່ອສະເດາະເຄາະຮ້າຍ […]