ເສຍຊີວິດໃນລາວ ວັນທີ 29/10/2021

1. ເພດຊາຍ ອາຍຸ 42 ປີ ອາຊີບ ປະຊາຊົນ ບ້ານສະກ້າ ເມືອງໂພນໂຮງ ແຂວງ ວຽງຈັນ ມີພະຍາດປະຈຳຕົວ ເປັນພະຍາດເລືອດ 2 ປີ ບໍ່ໄດ້ຮັບການສັກຢາວັກຊິນກັນ ໂຄວິດ-19

ວັນທີ 26/10/2021 ເວລາ 19:00 ໂມງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການຈຶດມ້ານຈ່ອຍຜອມ ອຶດເມື່ອຍຫຼາຍ ເປັນໄດ້ຫຼາຍມື້ແລ້ວ ໄດ້ເກັບຕົວຢ່າງ ກວດຫາເຊື້ອພະຍາດໂຄວິດ-19 ແລະ ຜົນກວດອອກມາ ແມ່ນພົບເຊື້ອ ນຳສົ່ງເຂົ້າປີ້ນປົວຢູ່ສູນປີ່ນປົວໂຄວິດ-19 ໂພນໂຮງ ແຂວງ ວຽງຈັນ ໄລຍະນອນປີ່ນປົວຢູ່ໂຮງໝໍ 4 ວັນ (ນັບແຕ່ວັນທີ 26-28/10/2021) ວັນທີ 28/10/2021 ເວລາ 14:15 ໂມງ ຜູ້ກ່ຽວໄດເສຍຊີວິດ

2. ເພຍຊາຍອາຍຸ 23 ປີ ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ບໍ່ມີພະຍາດປະຈຳຕົວ
ໄດ້ຮັກການສັກຢາວັກຊິນ 1 ເຂັ້ມ (ຊີໂນຟາມ) ວັນທີ 28/10/2021 ເລວາ 20.00 ໂມງ ຜູ້ກ່ຽວໄດ້
ເສຍຊີວິດ (ຢູ່ສະຖານທີ່ຄຸມຂັງ ເມືອງ ໄຊເສດຖາ) ກວດພົບເຊື້ອພະຍາດໂຄວິດ-19 (ຜົນກ
ວດອອກໃນພາຍຫຼັງ)