Daily Archives: November 19, 2021

ປະຫວັດ ແລະ ການເວລາ ກ່ອນຈະມາເປັນພະທາດຫຼວງ ໃນ ປັດຈຸບັນ

ພະທາດຫຼວງວຽງຈັນ ຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນໍ້າຂອງ. ພະເຈົ້າຈັນທະບູລີປະສິດທິສັກ ຊົງສ້າງທາດຫຼວງຄັ້ງທຳອິດ ພະທາດຫຼວງ ຫຼື ພະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະວັດຖຸ ສຳຄັນຍິ່ງຂອງນະຄອນຫຼວງວຽງຈັນ ມີປະຫວັດກ່າວໄວ້ໃນໜັງສືອຸລັງຄະທາດວ່າ ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການຕັ້ງເມືອງວຽງຈັນຄັ້ງທຳອິດ ຫຼັງຈາກການສ້າງພະທາດພະນົມແລ້ວ. ຜູ້ສ້າງຄັ້ງທຳອິດແມ່ນພະເຈົ້າຈັນທະບູລີປະສິດທິສັກ ເຈົ້ານະຄອນວຽງຈັນຄົນທຳອິດ ພ້ອມພະອະລະຫັນ 5 ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸລັງຄະທາດດັ່ງນີ້: “ເມື່ອພະໂຄດົມສຳມາສຳພຸດທະເຈົ້າປະລິນິພານແລ້ວ ໄດ້8ປີປາຍ ພະມະຫາກັດສະປະເຖລະ […]