ໄຫວ້ເຈົ້າທີ່ ເດືອນລະ 3ຄັ້ງ ຊີວິດບໍ່ຕິດຂັດໂຊກດີທ່ານຈະມີໂຊກ

ມື້ນີ້ເຮົາມີບົດຄວາມກ່ຽວກັບຄວາມເຊື່ອມາຝາກເພື່ອນໆ ການໄຫວດັ່ງກ່າວຈື່ງເປັນການໄຫວ້ເຈົ້າທີ່ ທີ່ມີຢູ່ແລ້ວໃນໂຕບ້ານດັ່ງນັ້ນເຮົາຈື່ງຄວນໄຫວ້ທຸກ 3 ຫາ 6ເດືອນຕໍ່ຄັ້ງ ເປັນຢ່າງໜ້ອຍ ເພື່ອເປັນການຂໍຂະມາໃນບາງຄັ້ງທີ່ເຮັດຫຍັງລ່ວງເກີນໄປໂດຍສາມາດໄຫວ້ໄດ້ເອງທຸກເວລາສວຍຂອງວັນອັງຄານແລະວັນເສົາ ເພາະຖືເປັນວັນຮັບໂດຍຈັດກຽມອຸປະກອນການໄຫວ້ດັ່ງນີ້
ວິທີ່ໄຫວ້ເຈົ້າທີ່ກາງບ້ານ
1 ໝາກພູ 9ຄຳ
2 ທຽນ 1ຄູ່ ຮູບ 5ດອກ
3 ດາວເຮືອງ 9ດອກ
4 ນ້ຳ 5ຈອກ
5 ໝາກໄມ້ 9ຢ່າງ ເພຶ່ອຄວາມເປັນສິລິມົງຄຸນ
ອະງຸ່ນ
ເພື່ອຊ່ວຍໃນເລື້ອງການເງິນ ຫລືຊັບສົມບັດທີ່ເພີ່ມພູນຂື້ນ
ກ້ວຍ
ຈະຊ່ວຍສີ່ງຕ່າງໆໃຫ້ງ່າຍຂື້ນ
ແກ້ວມັງກອນ
ເພື່ອຊ່ວຍໃນເລື້ອງການປົກຄອງລູກນ້ອງບໍລິວານສຳຫລັບເຈົ້າຂອງກິດຈະການ
ໝາກນັດ
ເພື່ອຈະໄດ້ມີຫູມີຕາກວ້າງໄກ
ວິທີການຈັດເຄື່ອງ:
ໃຫ້ໃຊ້ຜ້າຂາວປູກກາງບ້ານ ໂດຍຫັນຫລັງໃຫ້ກັບປະຕູໜ້າ ແລ້ວເອົາຂອງທຸກຢ່າງວາງເທີງຜ້າຂາວ ຈາກນັ້ນໃຫ້ຈູດທູບທຽນແລ້ວກ່າວຂໍຂະມາວ່າ: ຂ້າແຕ່ເຈົ້າທີ່ເຈົ້າທາງ ເຈົ້າຂອງທີ່ເຈົ້າຂອງທາງ ເຈົ້າຂອງບ້ານເຈົ້າຂອງເຮືອນ ບ້ານເລກທີ ບ້ານຫລັງນີ້ ມື້ນີ້ເປັນວັນດີ ຂ້າພະເຈົ້າຊື່ ນາມສະກຸນ ນຳເຄື່ອງສັກກາລະບູຊາມາຕັ້ງຖະຫວາຍ ເພື່ອຂໍຂະມາກຳ ຫາກມີສີ່ງໃດກໍ່ຕາມທີ່ຂ້າພະເຈົ້າໄດ້ເຮັດຜິດໄປທັງຕັ້ງໃຈກໍ່ດີບໍ່ຕັ້ງໃຈກໍ່ດີ ທັງຮູ້ກໍ່ດີບໍ່ຮູ້ກໍ່ດີ ຂ້າພະເຈົ້າຂໍອະໂຫສິກຳທ່ານ ຂໍທ່ານຈົ່ງໂປດງົດໂທດເວັ້ນໂທດແລະອະໂຫສິກຳໃຫ້ແກ່ຂ້າພະເຈົ້າດ້ວຍເທີນ ແລະ ໂປດຊ່ວຍອະຖິຖານຂໍຕາມປາດຖະໜາ ສາທຸ
ຈາກນັ້ນໃຫ້ຖ້າຈົນທູບໝົດ ພາຍໃນບ້ານ ແລ້ວຄ່ອຍດັບທຽນ ແລະ ໝາກໄມ້ໂດຍວິທີການກໍ່ຄື ໃຫ້ຈັບທີ່ໂຕພານ ຫລື ຖາດໝາກໄມ້ ແລ້ວເວົ້າວ່າຂໍແດນຂໍຊານໃຫ້ລູກໃຫ້ຫລານກິນ ເພື່ອຄວາມເປັນສີລິມົງຄຸນຈາກນັ້ນກໍ່ນຳໄປກິນໄດ້ເລີຍ

ທີ່ມາ: s h o w b i z i n f o o