ໂຣມ້າ ເປີດຕົວ ແທມມີ້ ອາບາຮຳ ກອງໜ້າຈາກເຊວຊີ ຄ່າຕົວ 40 ລ້ານເອີໂຣ ສັນຍາຍາວເຖິງປີ 2026

ໝາປ່າ ໂຣມ້າ ສະໂມສອນຊື່ດັງໃນ ເຊຣີອາ ອີຕາລີ ເປີດຕົວ ແທມມີ້ ອາບາຮຳ ກອງໜ້າຊາວອັງກິດ ໄວ 23 ປີ ຍ້າຍມາຈາກ ເຊວຊີ ແຊ້ມ ຢູຟ້າ ແຊ້ມປ້ຽນລີກ ແລະ ຢູຟ້າ ຊຸບເປີຄັບ ລະດູການຫຼ້າສຸດ ດ້ວຍຄ່າຕົວ 40 ລ້ານເອີໂຣ ພ້ອມໂບນັສອີກ 5 ລ້ານເອີໂຣ ຫາກຜົນງານດີ ເຊັນສັນຍາກັບທີມ 5 ປີ ຮັບເສື້ອໝາຍເລກ 9 ແທນທີ່ ເອດິນ ເຊໂກ້ ທີ່ຍ້າຍໄປຮ່ວມທັບ ອິນເຕີ ມິລານ.
ແທມມີ້ ອາບາຮຳ ຮັບຄ່າແຮງງານ 5 ລ້ານເອີໂຣຕໍ່ປີ, ໂດຍສັນຍາສະບັບນີ້ ເຊວຊີ ມີເງື່ອນໄຂສາມາດຊື້ກັບໄດ້ ໃນເດືອນມິຖຸນາ 2023 ເປັນຕົ້ນໄປ ດ້ວຍຄ່າຕົວ 80 ລ້ານເອີໂຣ
ອາບາຮຳ ເປັນນັກເຕະເຕີຍໂຕມາຈາກອາຄາເດມີ້ຂອງ ເຊວຊີ ກ້າວຂຶ້ນມາຫຼິ້ນໃຫ້ທັບຊຸດໃຫຍ່ ເມື່ອລະດູການ 2015 ລົງສະໜາມທັງໝົດ 82 ນັດ ຍິງ 30 ປະຕູ, ຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກກັບທີມ ລະດູການຜ່ານມາ ແລະ ຢູຟ້າ ຊູບເປີ ຄັບ 2021. ອາບາຮຳ ຈຳເປັນຕ້ອງຍ້າຍອອກຈາກທີມ ເນື່ອງ ເຊວຊີ ໄດ້ ໂຣເມລູ ລູກາກູ ກອງໜ້າທີມຊາດແບນຊິກ ທີ່ຍ້າຍຈາກ ອິນເຕີ ມິລານ ມາຮ່ວມອີກຄັ້ງ ດ້ວຍຄ່າຕົວເກືອບ 115 ລ້ານເອີໂຣ.