ແພັດທຣິກ ແຄນລີ້ ຊະນະເພອັອຟ ເດຊອມໂບ ຄວ້າແຊ້ມ BMW Championship 2021 ພ້ອມຄວ້າສິດໄປ Ryder Cup

ແພັດທຣິກ ແຄນລີ້ ນັກກັອຟຊາວອາເມຣິກາ ໄວ 29 ປີ ຊະນະດວນເພອັອຟ ໄບຣສັນ ເດຊອມໂບ ເພື່ອນຮ່ວມຊາດ ຄວ້າແຊ້ມ BMW Championship 2021 ໃນທ້າຍອາທິດຜ່ານມາ, ທັງສອງດວນເພອັອຟກັນເຖິງ 6 ຂຸມ ພາຍຫລັງຄະແນນເທົ່າກັນໃນ 4 ວັນ -27 ອັນເດີພາຣ.
ແຄນລີ້ ຮັບຂັນແຊ້ມພ້ອມເງິນລາງວັນ 1,710,000 ໂດລາສະຫະລັດ ຫລື ປະມານ 16 ຕື້ກວ່າກີບ ຫຍັບຂຶ້ນເປັນອັນດັບ 1 ຜູ້ນຳຄະແນນ FedExCup ມີ 4,302 ຄະແນນ ນຳອັນດັບ ໂທນີ້ ຟີໂນ 738 ຄະແນນ, ລຸ້ນຮັບເງິນໂບນັສ 2 ລ້ານໂດລາຫາກຈົບລາຍການສຸດທ້າຍຂອງລະດູການ ແລ້ວຈັ້ງຢູ່ເບີ 1 ຂອງ FedExCup.
ແຄນລີ້ ໄດ້ແຊ້ມລາຍການນີ້ເປັນຄັ້ງທຳອິດ ແລະ ເປັນແຊ້ມ ພີຈີເອທົວ ລາຍການທີ 5 ໃນອາຊີບ, ຫຍັບອັນດັບໂລກຈາກທີ 10 ມາຢູ່ທີ 4 ຂອງໂລກ, ພ້ອມຄວ້າສິດຕິດທີມຊາດອາເມຣິກາໄປຮ່ວມລາຍການ Ryder Cup ທີ່ຈະມີຂຶ້ນໃນວັນທີ 24–26 ກັນຍາ 2021 ທີ່ສະໜາມ Whistling Straits ລັດ ວິສຄອນຊິນ, ສະຫະລັດ ອາເມຣິກາ.
ສຳລັບ ພີຈີເອທົວ ລາຍການສຸດທ້າຍຂອງລະດູການນີ້ ແມ່ນລາຍການ Tour Championship ຈະແຂ່ງຂັນໃນວັນທີ 2-5 ກັນຍານີ້ ທີ່ສະໜາມ East Lake Golf Club ລັດຈໍເຈຍ, ສະຫະລັດ ອາເມຣິກາ.
Photo: PGA Tour