ແກເຣັດ ເຊົາເກດ ຄູຝຶກຄົນທີ 2 ໃນປະຫວັດສາດທີມຊາດອັງກິດ ນຳທີມເຂົ້າຮອບ 4 ທີມສຸດທ້າຍ ລະດັບເມເຈີ 2 ຄັ້ງ

ແກເຣັດ ເຊົາເກດ ຄູຝຶກ ໄວ 50 ປີ ກາຍເປັນຄູຝຶກທີມຊາດອັງກິດຄົນທີ 2 ໃນປະຫວັດສາດຂອງທີມ ທີ່ສາມາດນຳທີມເຂົ້າຮອບ 4 ທີມລະດັບເມເຈີ 2 ຄັ້ງ ພາຍຫລັງ ນຳທັບ 3 ພະຍາສິງ ເຂົ້າຮອບ 4 ທີມສຸດທ້າຍ ຢູໂຣ 2020 ດ້ວຍການຊະນະ ທີມຊາດຢູເຄຣນ (ອູແກຣນ) 4-0 ໃນຄືນວັນທີ 3 ກໍລະກົດຜ່ານມາ ຢູ່ສະໜາມ ໂອລິມປິກ ໃນນະຄອນຫລວງໂຣມ ປະເທດອີຕາລີ.
ກ່ອນໜ້ານີ້ ເຊົາເກດ ພາທີມຊາດອັງກິດ ເຂົ້າສູ່ຮອບ 4 ທີມສຸດທ້າຍ ບານໂລກ 2018 ທີ່ຣັດເຊຍ ເທົ່າກັບສະຖິຕິຂອງ Alf Ramsey ໃນປີ 1966 ແລະ ປີ 1968 ອະດີດກອງຫລັງ ສະເປີ ຕອນນີ້ ເພິ່ນເສຍຊີວິດແລ້ວ.
ເຊົາເກດ ນຳທີມຊາດອັງກິດ ເຂົ້າສູ່ຮອບ 4 ທີມສຸດທ້າຍ ຢູໂຣ ຄັ້ງທຳອິດໃນຮອບ 25 ປີ ຕໍ່ຈາກປີ 1996 ທີ່ຕົນເອງເປັນເຈົ້າພາບ ແລະ ພາອັງກິດ ສ້າງສະຖິຕິເປັນທີມທຳອິດ ໃນຢູໂຣ ຮອບສຸດທ້າຍ ບໍ່ເສຍປະຕູ 5 ນັດຕິດຕໍ່ກັນ ລວມ 662 ນາທີ, ທັງນີ້ກໍຕ້ອງຊົມເຊີຍ ຜູ້ຮັກສາປະຕູ ຈໍແດນ ພິກຟອດ ຈາກເອຟເວີຕັນ ແລະ ນັກເຕະທຸກຄົນພາຍໃນທີມ.
+ ພ້ອມກັນນີ້ ອັງກິດ ກໍສ້າງສະຖິຕິບໍ່ເສຍປະຕູ 7 ນັດຕິດຕໍ່ກັນລວມທຸກລາຍການ ເປັນສະຖິຕິໃໝ່ຂອງທີມ.
+ ປະຈຸບັນ ອັງກິດ ຍັງບໍ່ເສຍໃນ 11 ນັດຫລັງສຸດລວມທຸກລາຍການ ຊະນະ 10 ສະເໝີ 1.
ຮອບ 4 ທີມສຸດທ້າຍ ເຊົາເກດ ຈະນຳທີມຊາດອັງກິດ ປະທະ ເດັນມາກ ຈະແຂ່ງຂັນໃນວັນທີ 7 ກໍລະກົດນີ້, ສ່ວນ ອີຕາລີ ພົບ ສະເປນ ຈະແຂ່ງກ່ອນໃນວັນທີ 6 ກໍລະກົດນີ້ ເວລາ 2:00 ທຸກຄູ່ ແລະ ແຂ່ງຢູ່ສະໜາມ ເວັມບລີ້ ທັງຮອບ 4 ທີມ ແລະ ຮອບຊິງ.
Photo: UEFA EURO 2020