ເຮັດບຸນຕາມວັນເກີດ

ຜູ້ມີວາດສະໜາ ເກິດວັນຈັນ
ດາວຈັນນັ້ນຢູ່ໃນຕຳແໜ່ງຂໍ້ສົງໃສ ຈື່ງຈຳເປັນທີ່ຕ້ອງເສີມບຸນບາລະມີ ດ້ວຍການແຕ່ງໂຕມີຖານະລາສີ ໂດຍສະເພາະໃບໜ້າຈະຕ້ອງຍິ້ມແຍ້ມຢູ່ຫຼາຍເທື່ອ ຄວນເຮັດບຸນດ້ວຍສິ່ງຂອງ ດາວຈັນນັ້ນ ກໍ່ຄືການບໍລິຈາກທານການບໍລິຈາກເງິນເຮັດບຸນ ການບໍລິຈາກນໍ້າດຶ່ມ ການເຮັດບຸນກັບຄົນທີ່ບໍ່ມີຍາດຕິພີ່ນ້ອງບໍ່ມີທີ່ຢູ່ ສິ່ງທີ່ຄວນບູຊາ ແລະ ເພື່ອໄປກາບໄຫວ້ ພຣະບູຊາດ້ວຍກ້ວຍ ຫຼື ໝາກໄມ້ຊະນິດອື່ນໆພ້ອມທັງດອກມະລິ 1 ພວງຖ້າໄດ້ດອກບຸນນາດຈະເປັນການດີຍິ່ງຂື້ນໄປ ຈະຊ່ວຍໃຫ້ເງິນຄຳໄຫຼມາເທມາ
ການຫຼຸດຜ່ອນ ແລະ ການສະເດາະເຄາະ ຄວນເຮັດໜັງສືທຳມະມາແຈກ ແລະ ເວັ້ນການບໍ່ກິນເນື້ອສັດໃນວັນຈັນຈະເປັນການເສີມດວງຊະຕາເພີ່ມສະເໜ່ ອັນຍິ່ງໃຫຍ່ ສັດຕູຈະຖຶກພ່າຍແພ້ໃນທີ່ສຸດ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນ ຖືວ່າເປັນການເສີມສຸກເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ຜູ້ມີວາດສະໜາ ອັງຄານ
ດວງດາວອັງຄານນັ້ນ ຖືວ່າຢູ່ໃນຕຳແໜ່ງທີ່ຂ້ອນຂ້າງບໍ່ຕົງ ຕ້ອງແກ້ໄຂດ້ວຍການດຸໝັ່ນ ງານໜັກເອົາງານເບົາກໍ່ຕ້ອງສູ້ ຄວນໃສ່ບາດຖວາຍເຂົ້າຫອມໃນວັນອັງຄານເຮັດບຸນດ້ວຍສິ່ງຂອງທີ່ເປັນຕົວແທນຂອງດາວອັງຄານນັ້ນກໍ່ຄື ອຸປະກອນການໃສ່ບາດຕ່າງໆ ເຄື່ອງບູຊາ ແລະ ໄປກາບໄຫວ່ສັກກະວະ ພຣະພຸດທະຮູບພຣະພິເນດ ຄວນບູຊາດ້ວຍເຂົ້າໝົມຫວານ ກ້ວຍ ພ້ອມກັບດອກແຄຂາວ ຫຼື ດອກດາວເຮືອງກໍ່ໄດ້ ການສົ່ງເສີມໃຫ້ການງານຈະຮຸ່ງເຮືອງມີແຕ່ສິ່ງດີໆເຂົ້າມາໃນຊີວິດໃນເລື່ອງຂອງການຫຼຸດອຸປະສັກ ແລະ ການເດາະເຄາະ ຄວນພາວະນາສວດມົນ ສິນກິນເຈໃນວັນອັງຄານ ຖວາຍນໍ້າມັນຕະກຽງເພື່ອເປັນການເປິດທາງໃຫ້ປອດໂປ່ງ ສິ່ງເຫຼົ່ານີ້ເຮັດເພື່ອເປັນການເພີ່ມໂຊກເພີ່ມບາລະມີໃຫ້ກັບຕົວຜູ້ທີ່ເຮັດ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນ ຖືວ່າເປັນການເສີມສຸກເສີມບຸນບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ຜູ້ມີວາດສະໜາວັນພຸດ
ດາວພຸດນັ້ນຢູ່ໃນຕຳແໜ່ງຜົນ ຈື່ງຄວນເສີມດວງດ້ວຍການເວົ້າ ເວົ້າໃຫ້ໄພເລາະ ງົດເວັ້ນການເວົ້າບໍ່ດີ ໃສ່ຮ້າຍຄົນອື່ນ ເຮັດບຸນດ້ວຍສິ່ງຂອງທີ່ເປັນຕົວແທນ ຂອງດາວພຸດເຊັ່ນ
ຄອມພິວເຕີ ໂທລະສັບ ສິ່ງພິມໜັງສືທຳມະ ຄວນບູຊາ ດ້ວຍເນື້້ອໝູ ຫຼື ດ້ວຍໄຂ່ຕົ້ມ ແລະ ດອກກຸຫຼາບສີແດງ ຈະສົ່ງເສີມໃຫ້ການງານປະສົບຜົນສຳເລັດ ຄ້າຂາຍມີກຳໄລ
ລ່ຳລວຍ ຫຼຸດອຸປະສັກ ແລະ ສະເດາະເຄາະດ້ວຍການປ່ອຍປາດຸກ ອ່ຽນ ງົດເວັ້ນບໍ່ກິນຊີ້ນງົວໃນວັນເສົາ ເພື່ອເພີ່ມໂຊກລາບໃຫ້ຕົນເອງ ແລະ ແຊຣບຸນນີ້ໃຫ້ກັບຄົນອື່ນ ຖືວ່າເປັນການ
ເສີມສຸກເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ຜູ້ມີວາດສະໜາ ວັນພະຫັດ
ດາວພະຫັດ ສະນັ້ນ ຢູ່ໃນຕຳແໜ່ງທຸກຂັງ ຄວນແກ້ໄຂໃນການໃສ່ບາດດ້ວຍເຂົ້າຫອມເຮັດບຸນດ້ວຍສິ່ງຂອງທີ່ເປັນຕົວແທນ ດາວພະຫັດ ຄືແພປູພຣະພຸດທະຮູບ ຫຼື ໜັງສືຕຳລາຕ່າງໆຄວນບູຊາ ຫຼື ເພື່ອໄປບູຊາພຣະພຸດທະເຈົ້າພຣະພຸດທະເຈົ້າ ຫາພອນດ້ວຍໝາກພ້າວອ່ອນ ພ້ອມດອກແຄຂາວ ຫຼື ດອກດາວເຮືອງ ຈະສົ່ງເສີມການງານໃຫ້ຮຸ່ງເຮືອງຂື້ນໄປລົດອຸກປະສັດ ແລະ ສະເດາະເຄາະ ດ້ວຍການສວດມົນສຳມະທິ ກິນເຈໃນວັນພະຫັດດີເພື່ອເພີ່ມໂຊກລາບທີ່ສຳຄັນຕ້ອງຈັດເຮືອນໃຫ້ໜ້າຢູ່ ແລະ ຫ້າມເວົ້າຈາຫຍາບຄາຍ ຖືເປັນການຂັດລາບ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນຖືວ່າເປັນການເສີມສຸກເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ຜູ້ມີວາດສະໜາວັນສຸກ
ດາວສຸກນັ້ນຢູ່ໃນຕຳແໜ່ງຕີນເສົາຄວນແກ້ໄຂດ້ວຍການປ່ວຍຊີວິດສັດ ຫຼື ລະເວັ້ນຊີວິດຜູ້ອື່ນ ເພື່ອແກ້ໄຂອູປະສັກຕ່າງໆ ໝັ້ນເຮັດບຸນດ້ວຍອາຫານກ້ວຍປຸງເປັນອາຫານເສີຍກ່ອນໃນວັນເສົາ ຫຼື ເຮັດບຸນດ້ວຍສິ່ງຂອງທີ່ເປັນຕົວແທນຂອງດາວເສົາຄື ຜ້າສາມສີ, ເຄື່ອງນຸ່ງ, ເຄື່ອງແຕ່ງກາຍ, ເກີບ ຄວນບູຊາ ຫຼື ໄປໄຫວ່ ເທບທິດາເຈົ້າແມ່ທັບທິມ ດ້ວຍເຂົ້າພ້ອມຂະໜົມ ແລະ ດອກກຸຫຼາບຈະສົ່ງຜົນໃຫ້ການງານລາບລື່ນລຽບງ່າຍໂດຍບໍ່ມີສັດຕູລົກອຸປະສັກ ແລະ ສະເດາະເຄາະດ້ວຍການສວດມົນເຮັດສຳມະທິກິນເຈໃນວັນເສົາເພື່ອເພີ່ມໂຊກການເງິນ ແລະ ຜູ້ອຸປະຖຳ ທີ່ສຳຄັນເສື້ອຜ້າ ແລະ ຊຸດຊັ້ນໃນຕ້ອງແຍກກັນຢ່າຊັກລວມຖືເປັນການຂັດລາກຍິ່ງໜັກ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນ ຖືວ່າເປັນກາບເສີມບຸນເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ວາດສະໜາວັນເສົາ
ດາວເສົານັ້ນຢູ່ໃນຕຳແໜ່ງບຽດ ຄວນແກ້ໄຂດ້ວຍການລະເວັ້ນບໍ່ກິນເນື້ອສັດໃຫຍ່ໃນວັນເສົາ ຄວນເຮັດບຸນດ້ວຍສິ່ງຂອງທີ່ເປັນຕົວແທນດາວເສົາວິຫານຄວນບູຊາ ຫຼື ໄປໄຫວ່ພຣະ ດ້ວຍພວງມາໄລຫຼາຍສີຂະໜາດ 1 ດອກ ຈຳນວນ 6 ພວງຈະສົ່ງເສີມການງານຂອງທ່ານໃຫ້ຈະເລີນຮຸ່ງເຮືອງຍິ່ງຂື້ນໄປລົດອຸປະສັກ ແລະ ສະເດາະເຄາະດ້ວຍການປ່ອຍປາທຸກຊະນິດ ເພື່ອເພີ່ມໂຊກລາບ ຄວນໃສ່ເຄື່ອງປະດັບສີຟ້າເພື່ອຊ່ວຍໃຫ້ອາລົມດີ ຫາກຈະຕ້ອງການບໍລີວານດີ ຄວນໃສ່ບາດດ້ວຍອາຫານການກິນທຸກວັນເສົາ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນ ຖືວ່າເປັນການເສີມບຸນເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ
ວາດສະໜາວັນທິດ
ດາວອາທິດຖືວ່າຢູ່ໃນຕຳແໜ່ງທີ່ຄວນແກ້ໄຂໃນເລື່ອງຂອງການໃສ່ບາດ ຄວນຖວາຍດ້ວຍນໍ້າມັນໝາກພ້າວ ເຮັດບຸນຕ່ໍດວງສະຕາດ້ວຍການຖວາຍນໍ້າມັນຕະກຽງຕະກຽງໄຟ ໄຟສາຍ ອຸປະກອນໄຟຟ້າ ທີ່ຊ່ວຍໃນເລື່ອງຂອງການໃຫ້ແສງສະຫວ່າງ ເປັນການບົ່ງບອກເຖິງການປອດປົ່ງສົດໃສຂອງຊີວິດ ສິ່ງທີ່ຄວນບູຊາ ແລະ ໄປໄຫວ່ພຣະພ້ອມດອກໄມ້ສີແດງ ຈະຊ່ວຍສົ່ງເສີມໃນເລື່ອງຂອງທ່ານໃຫ້ມີຄວາມຈະເລີນຮຸ່ງເຮືອງຕະຫຼອດປີ ການລົກອຸປະສັກ ແລະ ການສະເດາະເຄາະ ຄວນເຮັດດ້ວຍການປ່ອຍເຕົ່າ ແລະ ລະເວັ້ນບໍ່ກິນຊີ້ນງົວ ການປ່ອຍເຕົ້ານັ້ນຄວນປ່ອຍໃນແຫຼ່ງນໍ້າທີ່ຖຶກຕ້ອງບໍ່ຄວນປ່ອຍມົ່ວຊົ່ວເພາະຈະເຮັດໃຫ້ບາບຫຼາຍກວ່າໄດ້ບຸນສິ່ງເຫຼົ່ານີ້ຫາກເຮັດແລ້ວຈະຊ່ວຍສົງເສີມໃນເລື່ອງຂອງໂຊກລາບໃຫ້ກັບຕົນເອງ ແລະ ແຊຣບຸນນີ້ໃຫ້ກັບຜູ້ອື່ນ ຖືວ່າເປັນການເສີມບຸນເສີມບາລະມີເລື່ອງການແບ່ງບຸນເຊັ່ນກັນ
ສາທຸ ສາທຸ ສາທຸ