ເດັນມາກ ມ້າມືດຕົວຈິງ! ຊະນະ ສາທາລະນະລັດເຊັກ ເຂົ້າຮອບ 4 ທີມສຸດທ້າຍ ຢູໂຣ ໃນຮອບ 29 ປີ

ເຕະບານ ຢູໂຣ 2020 ຮອບ 8 ທີມສຸດທ້າຍ ໃນຄືນວັນທີ 3 ກໍລະກົດນີ້ ຄູ່ທີໜຶ່ງ ສາທາລະນະລັດເຊັກ ພົບ ເດັນມາກ ສອງທີມທີ່ຖືກຍົກວ່າ: ອາດເປັນມ້າມືດ ໃນຢູໂຣຄັ້ງນີ້, ແຂ່ງທີ່ສະໜາມໂອລິມປິກ ນະຄອນຫລວງບາກູ ປະເທດອາເຊີໄບຈັນ ມີຜູ້ຊົມ 16,000 ກວ່າຄົນ.
ຄູ່ນີ້ກໍສູ້ກັນໄດ້ຢ່າງໃກ້ຄຽງສູສີ ຊິງຈັງຫວະເດີນເກມບຸກໃສ່ກັນຢ່າງໜ້າສົນໃຈ ແຕ່ເປັນ ເດັນມາກ ທີ່ສຽບຄົມກວ່າໃນການຍິງປະຕູ ເປັນຝ່າຍເອົາຊະນະ ແບບວຸດວິດ 2-1 ຈາກ ໂທມັສ ເດລານີ້ ນາທີ 5′, ແຄັສເປີ ໂດເບີກ ນາທີ 42′ ເຊັກ ແກ້ໄດ້ໜຶ່ງໜ່ວຍຈາກ ແພັດທຣິກ ຊິກ ນາທີ 49′ ເປັນປະຕູທີ 5 ຂອງກອງໜ້າຈາກ ໄບເອີ ເລເວີຄູເຊັນ ໃນຢູໂຣຄັ້ງນີ້ ຮ່ວມຕຳແໜ່ງດາວຍິງສູງສຸດເທົ່າກັບ ຄຣິສເຕຍໂນ້ ໂຣນາວໂດ້
ສະຖິຕິຫລັງເກມທີ່ໜ້າສົນໃຈ:
+ ເດັນມາກ ຍັງບໍ່ເສຍໃຫ້ ເຊັກ ໃນ 7 ນັດຫລັງສຸດທີ່ພົບກັນ ຊະນະ 2 ສະເໝີ 5.
+ ເດັນມາກ ເຂົ້າຮອບ 4 ທີມສຸດທ້າຍ ຢູໂຣ ຄັ້ງທຳອິດໃນຮອບ 29 ປີ ຕໍ່ຈາກປີ 1992 ຊຶ່ງຄັ້ງນັ້ນພວກເຂົາເປັນແຊ້ມ ຊະນະ ເຢຍລະມັນ 2-0 ໃນຍຸກຂອງ ປີເຕີ ຊະໄມເຄິນ ອະດີດຜູ້ຮັກສາປະຕູແມນຢູ, ຈອນ ເຢັນເຊັ້ນ ອະດີດກອງກາງ ອາຣເຊນໍລ ແລະ ໄບອັ້ນ ເລົາດຸບ ອະດີດກອງໜ້າ ບາເຢິນ ມິວນິກ
+ ເດັນມາກ ເປັນທີມທຳອິດ ໃນຢູໂຣ ເມື່ອເສຍກ່ອນ 2 ນັດທຳອິດໃນຮອບແບ່ງກຸ່ມ ແຕ່ສາມາດເຂົ້າເຖິງຮອບຮອງຊະນະເລີດ.
+ ເດັນມາກ ຍິງປະຕູ 15 ນັດ ຈາກ 16 ນັດຫລັງສຸດ.
+ ສ່ວນ Patrik Schick ກອງໜ້າຂອງ ສາທາລະນະລັດເຊັກ ເປັນນັກເຕະຄົນທີ 2 ໃນປະຫວັດສາດຂອງທີມຊາດ ຍິງຫລັກ 5 ປະຕູໃນຢູໂຣຮອບສຸດທ້າຍ ຕໍ່ຈາກ ມິລານ ບາຣັອສ ອະດີດສູນໜ້າຂອງທີມ ທີ່ເຮັດໄດ້ໃນ ຢູໂຣ ປີ 2004 ທີ່ໂປຕູເກດ ໂດຍທີມສາມາດເຂົ້າເຖິງຮອບ 4 ທີມສຸດທ້າຍ.
ຮອບ 4 ທີມສຸດທ້າຍ ເດັນມາກ ໄປພົບກັບທີມຊາດອັງກິດ ທີມຂວັນໃຈມະຫາຊົນ ທີ່ເອົາຊະນະ ທີມຊາດຢູເຄຣນ (ອູແກຣນ) 4-0 ຈະແຂ່ງຂັນໃນວັນທີ 7 ກໍລະກົດນີ້ ທີ່ສະໜາມ ເວັມບລີ້ ໃນນະຄອນຫລວງລອນດອນ ປະເທດອັງກິດ.
Photo: UEFA EURO 2020