ອັງກິດ ຊະນະ ເຢຍລະມັນ ຮອບນັອກເອົ້າໃນຮອບ 55 ປີ ເຂົ້າຮອບ 8 ທີມສຸດທ້າຍ ຢູໂຣ 2020

ຕະບານ ຢູໂຣ 2020 ຮອບ 16 ທີມສຸດທ້າຍ ໃນວັນທີ 29 ມິຖຸນາຜ່ານມາ, 3 ພະຍາສິງ ທີມຊາດອັງກິດ ຈະເປີດສະໜາມເວັມບລີ້ ຕ້ອນຮັບ ທັບອິນຊີເຫລັກ ທີມຊາດເຢຍລະມັນ ແຊ້ມ 3 ສະໄໝ ໂທາມກາງຜູ້ຊົມ 40,000 ກວ່າຄົນ.
ທັງສອງທີມຊິງຈັງຫວະເດີນເກມບຸກແລກກັນຢ່າງໜ້າສົນໃຈ ແລະ ເປັນເຈົ້າບ້ານອັງກິດ ສວຍໂອກາດຍິງປະຕູຂຶ້ນນຳກ່ອນຈາກ ຣາຮີມ ສະເຕີລິ້ງ ນາທີ 75′ ເຢຍລະມັນ ກໍມີໂອກາດທວງປະຕູຄືນ ແຕ່ບໍ່ສຽບຄົມ ທ້າຍເກມ ອັງກິດ ມາໄດ້ປະຕູປິດທ້າຍຈາກ ແຮຣີ້ ເຄນ ນາທີ 86′ ຈົບເກມ ອັງກິດ ຊະນະ ເຢຍລະມັນ 2-0.
+ ອັງກິດ ຊະນະ ເຢຍລະມັນ ຮອບນັອກເອົ້າ ຄັ້ງທຳອິດໃນຮອບ 55 ປີ ຕັ້ງແຕ່ ບານໂລກ ປີ 1966 ຮອບຊິງ ທີ່ອັງກິດ ຊະນະ 4-2.
+ ອັງກິດ ຍັງບໍ່ເສຍໃນ 10 ນັດຫລັງສຸດລວມທຸກລາຍການ ຊະນະ 9 ສະເໝີ 1 ແລະ ບໍ່ເສຍປະຕູເຖິງ 9 ນັດ ແລະ ອັງກິດ ຍັງບໍ່ເສຍຢູ່ສະໜາມເວັມບລີ້ ເມື່ອລົງຫລິ້ນລາຍການລະດັບເມເຈີ ຊະນະ 10 ສະເໝີ 5.
+ ຣາຮີມ ສະເຕີລິ້ງ ຍິງປະຕູທີ 15 ຈາກ 20 ນັດຫລັງສຸດກັບທີມຊາດອັງກິດ ແລະ ທີມຊະນະລວດ 13 ນັດຫລັງສຸດ ເມື່ອ ຍິງປະຕູໄດ້.
ຮອບ 8 ທີມ ອັງກິດ ໄປພົບກັບ ອູແກຣນ ທີ່ຊະນະ ສະວີເດັນ (ຊູແອັດ) ໃນການຕໍ່ເວລາພິເສດ 2-1 ເວລາປົກກະຕິສະເໝີກັນ 1-1 ໂດຍຈະແຂ່ງຂັນໃນວັນທີ 3 ກໍລະກົດນີ້ ທີ່ສະໜາມ ໂອລິມປິກ ໃນນະຄອນຫລວງໂຣມ ປະເທດອີຕາລີ.
Photo: UEFA EURO 2020