ສ ປ ປ ຈີນ ລ໋ອກດາວ ຊຽງໄຮ ດີສນີ້ແລນ 1 ຄືນ ຫຼັງພົບວ່າ ມີຜູ້ຕິດເຊື້ອໂຄວິດ-19 1 ຄົນ

ສ ປ ປ ຈີນ ໄດ້ລ໋ອກດາວ ແລະ ກັກຕົວນັກທ່ອງທ່ຽວ ຫຼາຍກວ່າ 34,000 ຄົນ ໃນສວນສະນຸກຊຽງໄຮດິສນີ້ເເລນ ຫຼັງພົບຜູ້ຕິດເຊື້ອໂຄວິດ 1 ກໍລະນີ, ມີປະຫວັດການເດີນທາງແມ່ນເຄີຍໄປທ່ຽວຊົມສວນສະນຸກ

ໃນວັນທີ່ 2 ພະຈິກ 2021 ເວບໄຊ໌ npr ສື່ ຂອງ ສະຫາລັດ ໄດ້ລາຍງານວ່າເຈົ້າໜ້າທີ່ສາທາລະນະສຸກປະຈຳນະຄອນຊຽງໄຮ ຂອງ ສ ປ ປ ຈີນ ສັ່ງລ໋ອກດາວ ຊຽງໄຮດີສນີ້ແລນ ເມື່ອວັນອາທິດ (31 ຕຸລາ) ທີ່ຜ່ານມາ, ຫ້າມນັກທ່ອງທ່ຽວອອກຈາກສວນສະນຸກເປັນເວລາ 1 ຄືນ ຫຼັງກວດພົບວ່າມີນັກທ່ອງທ່ຽວ 1 ຄົນຕິດເຊື້ອພະຍາດໂຄວິດ-19ມີປະຫວັດການເຂົົ້າໄປຊົມສວນສະນຸກໃນເມື່ອວັນເສົາ (30 ຕຸລາ)


ສື່ລາຍງານລະບຸວ່າຕະຫຼອດຊ່ວງ 1 ຄືນທີ່ທາງການບໍ່ອະນຸຍາດໃຫ້ນັກທ່ອງທ່ຽວອອກຈາກສວນສະນຸກ ເຈົ້າໜ້າທີ່ໄດ້ເຂົ້າໄປກວດຫາເຊື້ອໂຄວິດ-19 ເພື່ອໃຫ້ໝັ້ນໃຈວ່າຈະບໍ່ມີຜູ້ຕິດເຊື້ອເພີ່ມຕື່ມ ກ່ອນທີ່ຈະເປີດທາງໃຫ້ກັບບ້ານໄດ້ ໂດຍຍ້ຳວ່າ ທຸກຄົນຕ້ອງກວດຫາເຊື້ອພະຍາດໂຄວິດອີກຄັ້ງ ເພື່ອຢືນຢັນຜົນ

ສື່ ຂອງ ສປປຈີນ ປະເມີນວ່າ ຈຳນວນນັກທ່ອງທ່ຽວທີ່ເຂົ້າຊົມ ຊຽງໄຮດີສນີ້ແລນ ໃນຊ່ວງທ້າຍອາທິດທີ່ຜ່ານມາ ອາດມີສູງເຖິງ 100,000 ຄົນ ຊຶ່ງເຈົ້າໜ້າທີ່ຍ້ຳວ່າ ທຸກຄົນທີ່ເຂົ້າຊົມໃນມື້ນັ້ນຈຳເປັນຕ້ອງກວດຫາເຊື້ອໂຄວິດ-19 ຂະນະທີ່ສວນສະນຸກປະກາດປິດໃຫ້ບໍລິການຕັ້ງແຕ່ມື້ວັນຈັນ ຈົນຮອດ ມື້ນີ້ ໂດຍທາງສວນສະນຸກດີສນີ້ເເລນໄດ້ຄືນເງິນໃຫ້ແກ່ນັກທ່ອງທ່ຽວທີ່ຈອງຕົວລ່ວງໜ້າແລ້ວ

This photo taken on October 31, 2021 shows medical personnel testing visitors for the Covid-19 coronavirus at Disneyland in Shanghai after a single coronavirus case was detected at the park on the weekend. (Photo by AFP) / China OUT

ໃນຊ່ວງອາທິດທີ່ຜ່ານມາ ສ ປ ປ ຈີນ ພົບການລະບາດ ຂອງ ພະຍາດໂຄວິດ-19 ໃນປະເທດອີກຄັ້ງ ຊຶ່ງທ່ານນາຍົກລັດຖະມົນຕີຍັງຄົງຢືນຢັນໃຊ້ມາດຕະການເຂັ້ມງວດ ມີເປົ້າໝາຍໃຫ້ ພະຍາດໂຄວິດເປັນ ສູນ, ສວນທາງກັບຫຼາຍປະເທດທີ່ຈະເລີ່ມຜ່ອນຄາຍມາດຕະການຕ່າງໆ ແລະ ທະຍອຍເປີດປະເທດຮັບນັກທ່ອງທ່ຽວຕ່າງຊາດ ເພື່ອຟື້ນເສດຖະກິດໂດຍຫວັງທີ່ຈະໃຊ້ຊີວິດຢູ່ກັບໂຄວິດໃຫ້ໄດ້

SHANGHAI, CHINA – MAY 11: Tourists visit Shanghai Disneyland after its reopening on May 11, 2020 in Shanghai, China. Shanghai Disneyland has reopened its gates following months of shutdown, offering a potential model for other mass entertainment venues around the world to open for business during the pandemic. (Photo by Hu Chengwei/Getty Images)

ຂ່າວດີມາແລ້ວ!!!📣📣📣
🤩 ສາມາດສຸ່ມເລກ 6ໂຕ 5ໂຕ 4ໂຕ 3ໂຕ 2ໂຕ 1ໂຕ
🥳 ສຸ່ມທ້າຍ 6ໂຕ 5ໂຕ 4ໂຕ 3ໂຕ 2ໂຕ 1ໂຕ
✅ ພິເສດຊື້ເລກອອນລາຍ =ຊື້ຄົບ 10,000ກີບ
✅ ຮັບຟຣີເລກ 4ໂຕ ຫຼື 5ໂຕ ຈຳນວນ1,000ກີບ

ຈຳໜ່າຍເລກ 6ໂຕ 5ໂຕ 4ໂຕ 3ໂຕ 2ໂຕ 1ໂຕ
😍ລາງວັນຊື້1,000ກີບ
👉1ໂຕທ້າຍ ໄດ້ຮັບ 5,000ກີບ
👉2ໂຕທ້າຍ ໄດ້ຮັບ 60,000ກີບ
👉3ໂຕທ້າຍ ໄດ້ຮັບ 500,000ກີບ
👉4ໂຕທ້າຍ ໄດ້ຮັບ 5,000,000ກີບ
👉5ໂຕທ້າຍ ໄດ້ຮັບ 40,000,000ກີບ
👉6ໂຕລຽງ ໄດ້ຮັບ 400,000,000ກີບ

📑 ສາມາດຊື້ຫວຍອອນລາຍກັບ ຫວຍອິນຊີ ໄດ້ແລ້ວ
👉 ຜ່ານຫລາຍຊ່ອງທາງດັ່ງນີ້:
1️⃣ Line Id: @LaoDL | shorturl.asia/H1SAU
2️⃣ whatsapp: 020 5960 5899 | shorturl.asia/gRQaq
3️⃣ whatsapp: 020 5889 5533 | shorturl.asia/jbWsp
4️⃣ Facebook: https://m.me/598578720169375
🔮 Website: LaoDL.com | ຫວຍອິນຊີ.com
📱 Facebook: shorturl.at/gCZ39
☎ 021 41 42 43
Digital Lottery ຫວຍດີຈິຕ້ອນ