Skip to content
ເບັນ ຊິວເວວ ແລະ ເມສັນ ເມົ້າ ແບັກຊ້າຍ ແລະ ກອງກາງທີມຊາດອັງກິດ ຖືກແຍກຕົວຕິດຕາມອາການອາດຕິດເຊື້ອໂຄວິດ-19 ພາຍຫລັງໄດ້ສຳຜັດໃກ້ຊິດກັບ ບິວລີ້ ຈິວມົວ ກອງກາງດາວເດັ່ນທີມຊາດສະກັອດແລນ ເພື່ອນຮ່ວມທີມເຊວຊີ ທີ່ກວດພົບຕິດເຊື້ອໂຄວິດ-19 ພາຍຫລັງເກມ ຢູໂຣ 2020 ກຸ່ມ D ນັດທີ 2 ທີ່ ອັງກິດ ສະເໝີກັບ ສະກັອດແລນ 1-1.
ເບັນ ຊິວເວວ ແລະ ເມສັນ ເມົ້າ ຕ້ອງຕິດຕາມອາການປະມານ 10 ວັນ ນັ້ນໝາຍວ່າອາດບໍ່ໄດ້ຊ່ວຍທີມນັດທີ່ຈະດວນກັບ ທີມຊາດສາທາລະນະລັດເຊັກ ໃນຄໍ່າຄືນວັນທີ 22 ມິຖຸນານີ້ ຊຶ່ງເປັນນັດສຸດທ້າຍຂອງກຸ່ມ ແຕ່ທັງສອງທີມ ສາທາລະນະລັດເຊັກ ແລະ ອັງກິດ ຢືນຢັນເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ ລຸ້ນພຽງອັນດັບ 1, 2 ຫລື 3
ຂະນະນີ້ ທັງສອງທີມເກີດອາການເປັນຫ່ວງອາດມີການແຜ່ເຊື້ອຕໍ່ຄະນະຄູຝຶກ ແລະ ນັກກິລາສູງ ໂດຍສະເພາະທີມຊາດສະກັອດແລນ ເພາະ ຈິວມົວ ສຳຜັດໃກ້ຊິດກັບຫລາຍຄົນ ລວມທັງ ຄູຝຶກ ສະຕິຟ ຄຣາກ