
ຈຸດປ່ຽນສຳຄັນຂອງເກມນີ້ ຄືບັດແດງຂອງ ມາໄທ ເດີລິກ ກອງຫລັງທີມຊາດໂຮນລັງ ໃນນາທີ 55′ ຈາກການໃຊ້ມືຈັບປັດບານຈັງຫວະ ແພັດທຣິກ ຊິກ ຈະຫລຸດເຂົ້າໃນເຂດໂທດ ຜູ້ຕັດສິນຊາວຣັດເຊຍເບິ່ງຄືນ VAR ໃຫ້ບັດແດງທັນທີ, ຈາກນັ້ນ ສາທາລະນະລັດເຊັກ ອາໄສຄວາມໄດ້ປຽບຜູ້ຫລິ້ນໜຶ່ງຄົນ ໂຈມຕີຄູ່ຕໍ່ສູ້ ແລະ ມາປະສົບຜົນສຳເລັດໄດ້ສອງປະຕູຈາກ ໂທມັສ ໂຮເລັສ ນາທີ 68′ ແລະ ແພັດທຣິກ ຊິກ ນາທີ 80′ ເປັນປະຕູທີ 4 ຂອງກອງໜ້າສະໂມສອນ ໄບເອີ ເລເວີຄູເຊັນ ໃນຢູໂຣຄັ້ງນີ້ ຈົບເກມ ສາທາລະນະລັດເຊັກ ຊະນະ ໂຮນລັງ 2-0.

ສຳລັບ ຄືນວັນທີ 28 ມິຖຸນານີ້ ຮອບ 16 ທີມສຸດທ້າຍ ຈະມີແຂ່ງຂັນ 2 ຄູ່, ຄູ່ທີໜຶ່ງ ໂຄຣເອເຊຍ ພົບ ສະເປນ (ແອັສປາຍ) ເວລາ 23:00 ແລະ ຄູ່ທີສອງ ຝຣັ່ງ ຈະພົບກັບ ສະວິດເຊີແລນ ເວລາ 2:00.
Photo: UEFA EURO 2020