Skip to content
ປະເທດສະເປນ (ແອັສປາຍ) ແລະ ປະເທດໂປຕູເກດ (ປັອກຕຸຍການ) ສະເໜີ ຟີຟ້າ ພ້ອມຊິງສິດເປັນເຈົ້າພາບ ບານໂລກ 2030 ຮ່ວມກັນ, ສຳລັບ ປັອກຕຸຍການ ບໍ່ເຄີຍເປັນເຈົ້າພາບບານໂລກມາກ່ອນ, ຂະນະທີ່ ແອັສປາຍ ເຄີຍເປັນເຈົ້າພາບໃນປີ 1982.
ນອກຈາກ ແອັສປາຍ ແລະ ປັອກຕຸຍການ ທີ່ສະເໜີຊິງສິດເປັນເຈົ້າພາບ ບານໂລກ 2030 ຍັງມີ ສະຫະຣາຊອານຈັກ ທີ່ປະກອບມີ: ອັງກິດ, ສະກັອດແລນ, ເວວ ແລະ ໄອແລນເໜືອ ຮ່ວມກັບ ສາທາລະນະລັດ ໄອຣແລນ (ອຽກລັງ), ພ້ອມກັນນີ້ ກໍມີ ຣູມານີ້, ເກຣັກ, ບຸນກາຣີ ແລະ ແຊັກບີ້; ສ່ວນຂົງເຂດອາເມຣິກາໃຕ້ ມີ 4 ປະເທດພ້ອມຊິງສິດເປັນເຈົ້າພາບຮ່ວມກັນຄື: ອາກຊັງຕິນ, ອູຣູໄກວ, ປະຣາໄກວ ແລະ ຊິເລ່ ລວມທັງຂົງເຂດ ອາຟຣິກາ: ໂມຣັອກໂຄ, ອານເຊຣີ, ຕູນີຊີ້, ເອຢິບ ແລະ ລີບີ້.
ຊຶ່ງຄາດວ່າ ຟີຟ້າ ຈະປະກາດຜົນໃນປີ 2024 ສ່ວນບານໂລກ 2022 ທີ່ຈະມາເຖິງນີ້ ຈະຈັດຢູ່ປະເທດກາຕ້າ ແລະ ປີ 2026 ມີ 3 ປະເທດເປັນເຈົ້າພາບຄື: ສະຫະລັດ ອາເມຣິກາ, ການາດ້າ ແລະ ເມັກຊິໂກ້.