ລາເມໂລ້ ບອນ ໄດ້ລຸກກີ້ແຫ່ງປີຂອງ basketball NBA ໄປຄອງ

ລາເມໂລ້ ບອນ ກາດລຸກກີ້ຈາກ ຊາລ໋ອດ ຮໍເນັດສ ຄວ້າລາງວັນລຸກກີ້ຍອດແຍ້ມແຫ່ງປີໄປຄອງ ໂດຍໃນປີນີ້ ລາເມໂລ້ ບອນ ເຮັດຄະແນນສະເລ່ຍ 15.7ຄະແນນ 5.9ລີບາວ 6.1ແອດຊີດສ 1.6ສະຕິວ ຊື່ງລາເມໂລ້ ບອນ ໄດ້ສຽງໂຫວດລວມທັງໝົດ 465ຄະແນນ ສ່ວນແອນໂທນີ້ເອັດເວີດ ຈາກທີມມິເນໂຊຕ້າ ທິມເບີວູບ ໄດ້ໄປ309ຄະແນນ
ເຮັດໃຫ້ລາເມໂລ້ ບອນ ເປັນຜູ້ເລ່ນຄົນທີ 3 ໃນປະຫວັດສາດຂອງທີມຊາລ໋ອດ ຮໍເນັດ ທີ່ໄດ້ລາງວັນນີ້ໄປຄອງ ໂດຍສອງຄົນກ່ອນໜ້ານີ້ຄື : ແລລີ້ ຈອນສັນ ແລະ ອີເມກ້າ ໂອເຄບສ