Skip to content
ຣູເບັນ ດີອັຊ ກອງຫລັງທີມຊາດປັອກຕຸຍການ ໄວ 24 ປີ ເຈົ້າຂອງລາງວັນນັກເຕະດີເດັ່ນຂອງ ພຣີເມ່ຍລີກ ລະດູການຜ່ານມາ ລວມທັງກອງຫລັງດີເດັ່ນຂອງເອີຣົບ ແລະ ນັກເຕະດີເດັ່ນຈາກສະມາຄົມນັກຂ່າວອັງກິດ ໄດ້ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ແມນເຊັສເຕີ ຊິຕີ້ ຈົນໄປເຖິງປີ 2027
ດີອັຊ ຍ້າຍຈາກ ເບັນຟີກ້າ ມາຮ່ວມທັບ ຊິຕີ້ ໃນປີ 2020 ດ້ວຍຄ່າຕົວ 65 ລ້ານປອນ, ຊ່ວຍເກມຮັບ ຊິຕີ້ ໄດ້ຢ່າງປະຈັກຕາ ລົງຫລິ້ນ 50 ນັດ ຍິງ 1 ປະຕູ, ຊ່ວຍທີມຄອງແຊ້ມ ພຣີເມ່ຍລີກ, ປ້ອງກັນແຊ້ມ ລີກຄັບ ແລະ ເຂົ້າຊິງ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດ.
Photo: Manchester City