
ຫລຽນມີລັກສະນະກົມແລະມີຮູບສີ່ຫລ່ຽມຢູ່ທາງກາງພ້ອມກັບນຳມາມັດດ້ວຍດ້າຍສີແດງ 3ຫລຽນບໍ່ຄວນໃສ່ຫລາຍໄປກ່ອນນີ້ ເພາະອາດຈະສົ່ງຜົນທີ່ບໍ່ດີຫລາຍກວ່າດີກໍ່ໄດ້

ເຊື່ອກັນວ່າການທີ່ຫາລະຄັງ ຫລືກະດິ່ງນ້ອຍໆມາແຂນເອົາໄວ້ແລະມັດດ້າຍສີແດງ ມັດເອົາໄວ້ທີ່ປະຕູນອກບ້ານມີຄວາມເຊື່ອເອົາໄວ້ວ່າຈະຊ່ວຍໃຫ້ມີເງິນຄຳໄຫລເຂົ້າມາ ຄົນບູຮານມັກຈະເຮັດກັນ ເພື່ອເປັນການເອີ້ນໂຊກໃຫ້ເຂົ້າມາສູ່ໃນບ້ານ

ການປູກຕົ້ນໄມ້ແນ່ນອນວ່ານອກຈາກຈະໃຫ້ຄວາມຮົ່ມເຢັນແລ້ວຍັງຊ່ວຍໃນການເອີ້ນເງິນຄຳໄດ້ແລະການປູກຕົ້ນໄມ້ນັ້ນຄວນຈະດູແລເບີ່ງແຍງໜັ່ນຫົດນ້ຳ ຂຸດດິນ ໃຫ້ປຸຍ ບໍ່ຄວນປ່ອຍເອົາໄວ້ໃຫ້ແຫ້ງ ຫາກເຮົາປ່ອຍຖີ້ມໄວ້ໃຫ້ແຫ້ງຈະເຮັດໃຫ້ບໍ່ມີໂຊກເຂົ້າມາ ຕ້ອງເບີ່ງແຍງຕົ້ນໄມ້ ຍີ່ງເຮັດຍີ່ງໃຫ້ໂຊກຂື້ນໄປ

ຕາມຫຼັກຂອງຄວາມເຊື່ອກັນວ່າການລ້ຽງປາຄຳ ຫຼື ການຫາຮູບພາບທີ່ກ່ຽວຂ້ອງ ກັບໃນດ້ານຂອງທຳມະຊາດ ເຊັ່ນ ຮູບນ້ຳ ຮູບດອກໄມ້ ຮູບພູຜາປ່າດົງ ມາຕິດມາເກາະເອົາໄວ້ບໍລິເວນໃນບ້ານຈະຊ່ວຍເປັນການເອີ້ນໂຊກເຂົ້າມາໃນບ້ານໄດ້ລວມເຖີງຜູ້ຄົນທີ່ອາໃສຢູ່ດ້ວຍ
ສำຫລັບ 4ສິ່ງຂັ້ນຕົ້ນນີ້ກໍ່ເປັນສິ່ງທີ່ຫຼາຍໆຄົນເຮັດຕາມກັນມາເປັນໃນເລື່ອງຂອງຄວາມເຊື່ອຄົນບູຮານທີ່ຈະຊ່ວຍເສີມໃນເລື່ອງຂອງໂຊກເຂົ້າມາໃນບ້ານລວມເຖີງຜູ້ທີ່ອາໄສຢູ່ນຳຈະເຮັັດໃຫ້ມີກິນມີໃຊ້ເງິນຄຳບໍ່ຂາດ ແລະ ຍັງສົ່ງເສີມໃນດ້ານການງານ ການເງິນ ຄອບຄົວໃຫ້ມີແຕ່ຄວາມສຸກມີແຕ່ສິ່ງດີໆຍິ່ງຂື້ນໄປ