ທີມຊາດຝຣັ່ງ 10 ຄົນ ເປີດບ້ານສະເໝີກັບ ບັອສເນຍ ຄັດເລືອກ ບານໂລກ 2022

ການຄັດເລືອກ ບານໂລກ 2022 ຂົງເຂດເອີຣົບ ໃນຄືນວັນທີ 1 ກັນຍາຜ່ານມາ, ກຸ່ມ D ທັບກາໄກ່ ທີມຊາດຝຣັ່ງ ແຊ້ມໂລກຄັ້ງຫລ້າສຸດ 2018 ເປີດບ້ານສະເໝີກັບທີມຊາດບັອສເນຍ ເຮີເຊໂກວີນ້າ (ບົດສະນີ້ ແຮກເຊໂກວີນ້າ) ແບບວຸດຫວິດ 1-1 ທີມຢາມນຳກ່ອນຈາກ ເອດິນ ເຊໂກ້ ກອງໜ້າໃໝ່ຂອງ ອິນເຕີ ມິລານ ນາທີ 36′ ແຕ່ສາມນາທີຕໍ່ມາ ອ໋ອງຕວນ ຄຣິຊມັນ ກອງໜ້າທີ່ຫາກໍຍ້າຍຈາກ ບາຣເຊໂລນ້າ ໄປແອັດມາດຣິດ ເຄິ່ງຫລັງ ຝຣັ່ງ ເຫລືອຜູ້ຫລິ້ນ 10 ຄົນໃນນາທີ 51′ ເມື່ອ ຈູ ກູນເດ້ ກອງຫລັງຈາກ ເຊບີຢ້າ ໄດ້ບັດແດງ ແລະ ບໍ່ມີປະຕູເພີ່ມ.
+ ຝຣັ່ງ ຍັງບໍ່ເສຍໃຫ ບົດສະນີ້ ພົບກັນໃນ 6 ນັດຫລັງສຸດ ໃນນີ້ ຊະນະ 3 ສະເໝີ 3.
ອີກໜຶ່ງຄູ່ໃນກຸ່ມດຽວກັນ ຄາຊັກສະຖານ ສະເໝີກັບ ຢູເຄຣນ (ອູແກຣນ) 2-2 ຕາຕະລາງຄະແນນຂະນະນີ້ ຝຣັ່ງ ແຂ່ງ 4 ນັດ ມີ 8 ຄະແນນ, ອູແກຣນ ແຂ່ງ 4 ນັດ ມີ 4 ຄະແນນ, ຟິນແລນ (ແຟັງລັງ) ແຂ່ງ 2 ນັດ ມີ 2 ຄະແນນ, ບັອສເນຍ ເຮີເຊໂກວີນ້າ (ບົດສະນີ້ ແຮກເຊໂກວີນ້າ) ແລະ ຄາຊັກສະຖານ ແຂ່ງ 3 ນັດ ມີ 2 ຄະແນນ. ນັດຕໍ່ໄປ ຈະແຂ່ງຂັນໃນວັນທີ 4 ກັນຍານີ້ ແຟັງລັງ ພົບ ຄາຊັກສະຖານ ແລະ ອູແກຣນ ພົບ ຝຣັ່ງ.
Photo: Équipe de France de Football, FIFA World Cup, UEFA EURO 2020
Tags: ກິລາຕ່າງປະເທດບານເຕະບານໂລກ