ທາມລາຍ ຜູ້ຕິດເຊື້ອໃໝ່ ວັນທີ່ 19/06/2021

ຄົນທີ່ 1
– ເພດຍິງ ອາຍຸ 66ປີ ສັນຊາດລາວ ອາຊີບ ແມ່ເຮືອນ ບ້ານ ຫ້ວຍເຕີຍ ເມືອງ ໄຊທານີ ນະຄອນຫລວງວຽງຈັນຜູ້ກ່ຽວມີອາການໄອ ເຈັບຄໍ ຂີ້ກະເທີ່ ແລະ ເມື່ອຍ ມີປະຫວັດສຳຜັດໃກ້ສິດກັບຜູ້ຕິດເຊື້ອໄປເກັບຕົວຢ່າງ ວັນທີ່ 18/06/2021 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ

ຄົນທີ່ 2
– ເພດຍິງ ອາຍຸ 22ປີ ສັນຊາດລາວ ອາຊີບ ຫວ່າງງານ ບ້ານ ໂພນສີນວນ ເມືອງ ສີສັດຕະນາກນະຄອນຫລວງວຽງຈັນຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດສຳຜັດໃກ້ສິດກັບຜູ້ຕິດເຊື້ອ ໄປເກັບຕົວຢ່າງໃນວັນທີ່ 18/06/2021 ຢູ່ບ້ານໂພນສີນວນ ແລະ ຜົນກວດພົບເຊື້ອ

ເຂດສ່ຽງ ສະຖານທີຜູ້ຕິດເຊື້ອໄດ້ເດີນທາງໄປ

  • ວັນທີ 12/06/2021: ໄດ້ໄປເອົາຜົມອອກ ເພື່ອຈະຕໍ່ຜົມ ຢູ່ຮ້ານ LUCKY HAIR SALON ຕັ້ງຢູ່ບ້ານໂພນສີນວນ
  • ວັນທີ 13/06/2021 ເວລາ 14:00-18:00 ໂມງ ໄດ້ໄປຕໍ່ຜົມ ຢູ່ຮ້ານ LUCKY HAIR SALON ຕັ້ງຢູ່ບ້ານໂພນສີນວນ
  • ວັນທີ 14/06/2021 ເວລາ 15:30 – 17:30 ໂມງ ຜູ້ກ່ຽວໄປກອງຄະດີ ຢູ່ບ້ານ ສົມສະຫງ່າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health