ຍີ່ປຸ່ນ ເຈົ້າພາບ ໂອແລມປິກ 2020 ຢືນຢັນ ຮັບຜູ້ຊົມພາຍໃນປະເທດ 50% ຂອງຄວາມຈຸສະໜາມ

ຍີ່ປຸ່ນ ເຈົ້າພາບ ງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ຫລື ໂອແລມປິກ ໂຕກຽວ 2020 ທີ່ເລື່ອນມາແຂ່ງຂັນໃນປີ 2021 ຢືນຢັນ ຈະຮັບຜູ້ຊົມພາຍໃນປະເທດ ແຕ່ບໍ່ໃຫ້ເກີນ 50% ຂອງຄວາມຈຸສະໜາມ ແລະ ຕ້ອງປະຕິບັດຕາມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ. ສ່ວນຜູ້ຊົມນອກປະເທດແມ່ນບໍ່ຮັບ ຊຶ່ງປະກາດໄວ້ຕັ້ງແຕ່ທ້າຍເດືອນມີນາປີນີ້.
ສຳລັບ ໃນພິທີເປີດການແຂ່ງຂັນທີ່ສະໜາມກິລາແຫ່ງຊາດແຫ່ງໃໝ່ ຢູ່ນະຄອນຫລວງໂຕກຽວ ໃນວັນທີ 23 ກໍລະກົດທີ່ຈະມາເຖິງນີ້ ຈະຮັບຜູ້ຊົມ 20,000 ຄົນ ຈາກຄວາມຈຸທັງໝົດ 68,000 ຄົນ.
ໂອແລມປິກ ຄັ້ງນີ້ ຍີ່ປຸ່ນ ໃຊ້ 40 ສະໜາມຮອງຮັບການແຂ່ງຂັນ 33 ປະເພດກິລາ, ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 23 ກໍລະກົດ ຫາວັນທີ 8 ສິງຫາປີນີ້ ຊິງ 339 ຫລຽນຄຳ, ຈາກນັ້ນຈະສືບຕໍ່ເປັນເຈົ້າພາບແຂ່ງຂັນ ກິລາໂອແລມປິກຂອງຄົນພິການ ຫລື ພາຣາແລມປິກ ຄັ້ງທີ 16 ໃນວັນທີ 24 ສິງຫາ ຫາວັນທີ 5 ກັນຍາປີນີ້.
Photo: CGTN, Olympics
Tags: ກິລາຕ່າງປະເທດໂອແລມປິກເກມ