
/ຈົບການແຂ່ງຂັນມື້ທີສອງ ປະກົດວ່າ: ລຸຍ ອຸສທຸຍເຊັ້ນ ນັກກັອຟຊາວອາຟຣິກາໃຕ້ ໄວ 38 ປີ ມື 13 ຂອງໂລກ ແຊ້ມປີ 2010 ເກັບເພີ່ມອີກ -5 ລວມ -11 ອັນເດີພາຣ 129 ສ້າງປະຫວັດສາດເປັນນັກກັອຟທີ່ມີຄະແນນດີສຸດໃນສອງວັນທຳອິດ ທຳລາຍສະຖິຕິຂອງ ແບຣນ ສະເນເດເກີ ທີ່ເຮັດໄດ້ໃນປີ 2012 ແລະ ນິກ ຟາວໂດ້ ໃນປີ 1992 ດ້ວຍຄະແນນ 130.
ນຳອັນດັບ 2 ໂຄລິນ ໂມຣິກາວະ ຈາກອາເມຣິກາເຊື້ອສາຍຍີ່ປຸ່ນ 2 ສະໂຕຣກ, ຂະນະທີ່ ຈໍແດນ ສະປີດ ອີກໜຶ່ງນັກກັອຟຈາກເອາເມຣິກາ ແຊ້ມປີ 2017 ຢູ່ອັນດັບ 3 ຕາມຫລັງ 3 ສະໂຕຣກ.
ສ່ວນ ພໍລ ເຄຊີ້ ຈາກເຈົ້າພາບອັງກິດ ຈົບທີ່ -5 ອັນເດີພາຣ ເທົ່າກັບ ຈອນ ຣາມ ມື 2 ຂອງໂລກຈາກແອັສປາຍ ແລະ ບຣຸກ ຄັອບກ້າ ຈາກອາເມຣິກາ. ທາງດ້ານ ຈັສຕິນ ໂຣສ ອີກໜຶ່ງນັກກິລາຈາກເຈົ້າພາບ ຈົບທີ່ -3 ອັນເດີພາຣ ເທົ່າກັບ ແຊ້ມເກົ່າ ເຊນ ລໍຣີ້ ຈາກອຽກລັງ. ແຊ້ມລາຍການນີ້ ຈະໄດ້ຮັບເງິນລາງວັນ 2,070,000 ໂດລາ ຫລື ປະມານ 19 ຕື້ກວ່າກີບ.