
ນ້ຳສົ້ມສາມາດໃຫ້ແຄວຊຽມ ແລະ ວິຕາມິນດີແກ່ຮ່າງກາຍໄດ້ດີພໍໆກັບນົມ ແລະ ແຄວຊຽມຈະໄປເສີມສ້າງກະດູກ

ຊ່ວຍສ້ອມແຊມ ສ່ວນທີ່ຜຸຜ່ອຍຂອງຮ່າງກາຍ ໃຫ້ຜິວມີຄວາມເຄັ່ງຕືງ ບໍ່ແຫ້ງແຕກ ແລະ ຍັງຊ່ວຍປົວບາດຫບັງຜ່າຕັດ ບາດໄຟໄໝ້ ໃຫ້ເຊົາໄວ ແລະ ບາດລຽບນຽນຂື້ນ

ນັກວິໃຈຈາກມະຫາວິທະຍາໄລແຫ່ງອອງຕາຣິໂອຕະ ຄົ້ນເຈີ ສານອາຫານໃນນ້ຳໝາກກ້ຽງຈະຊ່ວຍຫລຸດຄໍເລດເຕີລໍ ຊະນິດບໍ່ດີ ເພີ້ມຄລເລດເຕີລໍສ່ວນດີ ປ້ອງກັນຫລອດເລືອດຫົວໃຈຕີບໄດ້ ແລ້ວນ້ຳໝາກກ້ຽງໂພແທດຊຽມສູງ ຊ່ວຍຫລຸດຄວາມດັນໂລຫິດສູງ ແລະ ເສັ້ນເລືອດໃນສະໝອງອຸດຕັນໄດ້ດີ

ຜົນໃນການວິໃຈບອກວ່າໃນເວລາທີ່ເຮົາຄັ້ນນ້ຳໝາກກ້ຽງ ເຮົາມັກຈະຜ່າອອກເປັນສອງປ່ຽງ ແລ້ວຄັ້ນ ຈະມີລົດຊາດຂອງເປືອກອອກມານຳ ລົດຊາດທີ່ໄດ້ຈາກເປືອກໝາກກ້ຽງຈະມີສານ ໄລມໍນອຍ ສາມາດຕ້ານມະເຮັງໃນຊ່ອງປາກ ຄໍ ປອດ ກະເພາະອາຫານ ລຳໄສ້ ຜິວໜັງ ຕັບ ແລະ ເຕົ້ານົມເປັນຕົ້ນ

ຈາກຜົນງານວິໃຈ ໄດ້ສຶກສາຜົນການດື່ມນ້ຳສົ້ມປ້ອງກັນການເກີດໜີ້ວໃນໄຕ ການດື່ມນ້ຳໝາກກ້ຽງຄັ້ນຈະເພີ້ມປະມານຂອງສານຊິເຕຣດ ໃນນ້ຳຍ່ຽວມີຄວາມເປັນກົດຫລຸດລົງ ແລະ ແຄວຊ້ຽມອອກຊາເລດ ເຊີ່ງເປັນສ່ວນຈະເຮັດໃຫ້ເກີດກ້ອນໜີ້ວຈື່ງຫລຸດການສ່ຽງໃນການເກີດໂລກໜີ້ວໃນໄຕໄດ້
ທີ່ມາ: http://topwhiteimc.blogspot.com/2012/09/blog-post.html